BIC Care

ຈຸດປະສົງຂອງຜະລິດຕະພັນ:

BIC Care ເປັນແອັບພຼີເຄຊັ່ນ ຂອງທາງທະນາຄານ ທີ່ໃຊ້ງານຜ່ານໂທລະສັບມືຖື ແມ່ນເພື່ອອໍານວນຄວາມສະດວກໃຫ້ແກ່ລູກຄ້າໃນການເຮັດທຸລະກໍາທາງດ້ານການເງິນ ແລະ ຮັບການບໍລິການຈາກທາງທະນາຄານ ຜ່ານທາງອອນໄລນ໌.

ຜົນປະໂຫຍດຕໍ່ກັບລູກຄ້າ:

  • ຊໍາລະເງິນຄ່າສິນຄ້າ ແລະ ບໍລິການໄດ້ຢ່າງສະດວກສະບາຍ ໄດ້ທຸກທີ່ທຸກເວລາ ຜ່ານໂທລະສັບມືຖືເຊັ່ນ: ການເຕີມບັດໂທລະສັບ, ຊໍາລະຄ່າສາທາລະນຸປະໂພກ, ຊໍາລະຜ່ານລະຫັດ
  • ໂອນເງິນພາຍໃນປະເທດຜ່ານບັນຊີ ຫຼື ຜ່ານລະຫັດ QR ໄປຫາທຸກທະນາຄານໂດຍໃຊ້ເຄືອຂ່າຍ LAP net.
  • ໂອນເງິນທີ່ເປັນເງິນຕາຕ່າງປະເທດ (USD & THB) ເຂົ້າບັນຊີ ຂອງທະນາຄານການຄ້າ ຕ່າງປະເທດລາວ ໄດ້ຢ່າງງ່າຍດາຍ
  • ສາມາດນໍາໃຊ້ Electronic Wallet ໄດ້
  • ສາມາດກວດສອບອັດຕາແລກປ່ຽນປະຈໍາວັນ ແລະ ອັດຕາດອກເບ້ຍຂອງທະນາຄານ.

ເງື່ອນໄຂຂອງການບໍລິການ

  • ລູກຄ້າຕ້ອງມີບັນຊີເງິນຝາກປະຢັດ ຫຼື ບັນຊີກະແສລາຍວັນ ກ່ອນທີ່ຈະເຂົ້າເຖິງການໃຊ້ບໍລິການທະນາຄານ ຜ່ານໂທລະສັບມືຖື.
  • ເປີດນໍາໃຊ້ ແອັບພຣິເຄຊັນ “BIC Care” ຂອງທະນາຄານ  ໂດຍການດາວໂຫຼດ ແອັບຈາກ App Store, Google Play Store ແລະ App Gallery.